ຟາມພູຕາເວັນ phutawenfarm

 ຟາມພູຕາເວັນ Phutawenfarm

ຟາມພູຕາເວັນ ສະຖານທີ່ທ່ອງທ່ຽວອີກສະຖານທີ່ໝຶ່ງໃນນະຄອນຫຼວງວຽງຈັນ  .



ສະຖານທີ່ຕັ່ງຢູ່ບ້ານ ໄຮ່ ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ຫ່າງຈາກເສັ້ນທາງຫຼັກປະມານ5-10ນາທີ ຮອດ.

ຟາມພູຕາເວັນ ແມ່ນສວນດອກໄມ້ຂະໜາດໃຫຍ່ ມີດອກໄມ້ນາໆ ຊະນິດ ເອກະລັກເດັ່ນກໍຄືສວນດອກຕາເວັນ ເພາະເວລາທີ່ດອກຕາເວັນ ບານຢ່າງເຕັມທີ່ຈະງາມຫຼາຍຍຍ ເໜາະກັບສາວໆສາຍຖ່າຍຮູບທັງຫຼາຍ .

ປົກກະຕິບ່ອນນີ້ຈະມີດອກຕາເວັນເຕັມໄປໝົດ
ແຕ່ວ່າຮູູູູູູບນີ່ຖ່າຍຕອນຕົ້ນເດືອນ1 ເພິ່່ນຫາກໍລົງດອກໄມ້😆

ແຕ່ຖ້າບານແລ້ວຈະເປັນແບບນີ້


ຟາມພູຕາເວັນເພິ່ນຈະເປີດໃຫ້ບໍລິການ ເປັນໄປຕາມຊ່ວງລະດູການຕ່າງໆ ເພາະຕ້ອງໄດ້ຖ້າລົງດອກໄມ້ແລະຖ້າໃຫ້ດອກໄມ້ເຕີບໂຕ ບານຢ່າງເຕັມທີ່

ແຕ່ໃນຊ່ວງເທດສະການຕ່າງໆເພິ່ນກໍຈະມີກິດຈະກຳຕ່າງໆໃຫ້ຮ່ວມເຮດຢູ່ຕະຫຼອດເຊັ່ນ : ເຄົາດາວ ,ປີໃໝ່ເປັນຕົ້ນ.


ລອຍໂຄມໄຟສົ່ງປີເກົ່າ ຕ້ອນຮັບປີໃໝ່


ນັ່ງທ້າລົມໜາວຄືຈັງສາວkorea

ນອນເຕັ້ນບັນຍາກາດດີ & ໜາວມາກກກກ

ປີ້ງບໍ່ທັນໃຈ ກະຕົ້ມເລີຍສະ🤣


ນີ້ເປັນພຽງບັນຍາກາດຄາວໆໃນຊ່ວງເຄົາດາວປີໃໝ່ເທົ່ານັ້ນບອກເລີຍວ່າ ເມື່ອດອກໄມ້ບານເຕັມຟາມແລ້ວຍິ່ງງາມໄປກວ່ານີ້ແນ່ນອນ😉🌻🌼🌸.





ສົນໃຈໄປທ່ຽວຊົມ ຕິດຕໍ່ -ສອບຖາມເພິ່ນໄດ້ທີ່
Facebook:https://www.facebook.com/phutawen/
ຝາກຕິດຕາມເພຈ Facebook: https://www.facebook.com/ຕ່ຽວໄປຕ່ຽວມາ-Tiew-pai-Tiew-ma-111335014506208/

ความคิดเห็น